ບໍລິສັດຫຼັກຊັບ ແອລ໌ດີບີ ຈໍາກັດຜູ້ດຽວ

ພິສະເຫຼີມສະຫຼອງປີໃໝ່ລາວ ພສ 2569

ພາບບັນຍາກາດສະເຫຼີມສະຫຼອງປີໃໝ່ລາວ 03 ບໍລິສັດຫຼັກຊັບ (ບໍລິສັດຫຼັກຊັບ ແອລ໌ດີບີ ຈໍາກັດຜູ້ດຽວ, ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ ແລະ ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ) ຮ່ວມກັບ ບໍລິສັດ ສຸພຣີນ ສະມາຕິ ບໍລິຫານກອງທຶນເພື່ອການລົງທຶນ ຈໍາກັດ SS FUND

ພິທີອວຍພອນລູກຄ້າໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ພາບໍລິຫານ ແລະ ບັນດາລູກຄ້າ

ຜູ້ອໍານວຍການໃຫຍ່ ບໍລິສັດຫຼັກຊັບ ແອລ໌ດີບີ ຈໍາກັດຜູ້ດຽວ ເຂົ້າອວຍພອນ ສະພາຜູ້ບໍລິຫານ ແລະ ເຂົ້າອວຍພອນບັນດາລູກຄ້າລາຍໃຫຍ່ ຮ່ວມກັບ 2 ບໍລິສັດຫຼັກຊັບ ໃນໂອກາດສົ່ງທ້າຍປີເກົ່າ 2025 ຕ້ອນຮັບປີໃໝ່ສາກົນ 2026

ມະຫາກຳການເງິນລາວ Lao Money EXPO 2025

ຮູບພາບບັນຍາກາດການງານວາງສະແດງ "ມະຫາກຳການເງິນລາວ Lao Money EXPO 2025" ທີ່ສູນການຄ້າລາວ - ໄອເຕັກ ໃນລະຫວ່າງວັນທີ 15/12/2025 - 21/12/2025

ພິທີອວຍພອນລູກຄ້າໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ແກ່ບັນດາລູກຄ້າ

ຜູ້ອໍານວຍການໃຫຍ່ ບໍລິສັດຫຼັກຊັບ ແອລ໌ດີບີ ຈໍາກັດຜູ້ດຽວພ້ອມດ້ວຍ 2 ບໍລິສັດຫຼັກຊັບ ເຂົ້າອວຍພອນບັນດາລູກຄ້າລາຍໃຫຍ່ໃນໂອກາດສົ່ງທ້າຍປີເກົ່າ 2024 ຕ້ອນຮັບປີໃໝ່ສາກົນ 2025.

ກິດຈະກໍາ ຕັ້ງບູ໊ດ ທີ່ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ

ຮູບພາບບັນຍາກາດ ບໍລິສັດຫຼັກຊັບ ແອລ໌ດີບີ ຈຳກັດຜູ້ດຽວ ໄດ້ຮ່ວມຕັ້ງບູ໊ດ ທີ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ, ວັນທີ 13 ທັນວາ 2024.
🤩 ຂອບໃຈລູກຄ້າທຸກຄົນ ທີ່ແວ່ມາຢ້ຽມຢາມບູ໊ດຂອງພວກເຮົາ 📊

ກິດຈະກໍາ ຕັ້ງບູ໊ດ ທີ່ສູນການຄ້າວຽງຈັນເຊັນເຕີ້

ຮູບພາບບັນຍາກາດ ບໍລິສັດຫຼັກຊັບ ແອລ໌ດີບີ ຈຳກັດຜູ້ດຽວ ໄດ້ຮ່ວມຕັ້ງບູ໊ດ ທີ່ສູນການຄ້າວຽງຈັນເຊັນເຕີ້, ວັນທີ 22 ພະຈິກ 2024. 🤩 ຂອບໃຈລູກຄ້າທຸກຄົນ ທີ່ແວ່ມາຢ້ຽມຢາມບູ໊ດຂອງພວກເຮົາ 📊

ກິດຈະກໍາ ຕັ້ງບູ໊ດ ທີ່ ເຂດເສດຖະກິດພິເສດ ບຶງທາດຫຼວງ

ຮູບພາບບັນຍາກາດ ບໍລິສັດຫຼັກຊັບ ແອລ໌ດີບີ ຈຳກັດຜູ້ດຽວ ໄດ້ຮ່ວມຕັ້ງບູ໊ດ ທີ່ ເຂດເສດຖະກິດພິເສດ ບຶງທາດຫຼວງ, ວັນທີ 16 ພະຈິກ 2024.
🤩 ຂອບໃຈລູກຄ້າທຸກຄົນ ທີ່ແວ່ມາຢ້ຽມຢາມບູ໊ດຂອງພວກເຮົາ 📊

ກິດຈະກໍາ ຕັ້ງບູ໊ດ ທີ່ມະຫາວິທະຍາໄລແຫ່ງຊາດລາວ, ວັນທີ 4-6 ພະຈິກ 2024

ຮູບພາບບັນຍາກາດ ບໍລິສັດຫຼັກຊັບ ແອລ໌ດີບີ ຈຳກັດຜູ້ດຽວ ໄດ້ຮ່ວມກັບ ຕລຊລ ຈັດກິດຈະກຳຕັ້ງບູ໊ດ ພາຍໃນງານ ວັນວິທະຍາສາດແຫ່ງຊາດ ຄົບຮອບ 37 ປີ💡 ທີ່ ມະຫາວິທະຍາໄລແຫ່ງຊາດລາວ, ວັນທີ 4-6 ພະຈິກ 2024. 🤩 ຂອບໃຈນ້ອງໆທຸກຄົນ ທີ່ແວ່ມາຢ້ຽມຢາມບູ໊ດຂອງພວກເຮົາ 📊

ກິດຈະກໍາ ຕັ້ງບູ໊ດເປີດບັນຊີຫຼັກຊັບ ຢູ່ບຶງທາດຫຼວງ

ພາບບັນຍາກາດຂອງຕອນເຊົ້າວັນທີ 12 ຕຸລາ 2024 ທີ່ບໍລິສັດຫຼັກຊັບ ແອລ໌ດີບີ ຈໍາກັດຜູ້ດຽວ ຮ່ວມກັບຕະຫຼາດຫຼັກຊັບລາວ ແລະ ອີກສອງບໍລິສັດຫຼັກຊັບ ໄດ້ຕັ້ງບູ໊ດເປີດບັນຊີຫຼັກຊັບ ຢູ່ບຶງທາດຫຼວງ ເຊິ່ງມີຜູ້ຄົນທີ່ມາຍ່າງອອກກໍາລັງກາຍຈໍານວນໜຶ່ງເຂົ້າມາຢ້ຽມຊົມ, ສອບຖາມຂໍ້ມູນ ແລະ ເປີດບັນຊີນໍາພວກເຮົາ ເພື່ອລຸ້ນຮັບຮຸ້ນຟຣີ

ພິທີມອບເຄື່ອງ ຊ່ວຍເຫຼືອ ແກ່ຜູ້ປະສົບໄພນໍ້າຖ້ວມ ທີ່ ແຂວງ ຫຼວງນໍ້າທາ

ບໍລິສັດຫຼັກຊັບ ແອລ໌ດີບີ ຈໍາກັດຜູ້ດຽວ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອຕ່າງໆໄປມອບແກ່ຜູ້ປະສົບໄພນໍ້າຖ້ວມຢູ່ແຂວງຫຼວງນໍ້າທາ ໃນວັນທີ 12 ກັນຍາ 2024 ຜ່ານມາ ທີ່ບໍລິສັດຫຼັກຊັບ ແອລ໌ດີບີ ຈໍາກັດຜູ້ດຽວ ໃຫ້ກຽດມອບໂດຍ ທ່ານ ນາງ ວິໄລທອງ ທໍາມະວົງສາ ຜູ້ອໍານວຍການໃຫຍ່ ບໍລິສັດຫຼັກຊັບ ແອລ໌ດີບີ ຈໍາກັດຜູ້ດຽວ.

ພິທີສະເຫຼີມສະຫຼອງປີໃໝ່ລາວຮ່ວມກັບ 03 ບໍລິສັດຫຼັກຊັບ

ເນື່ອງໃນໂອກາກສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ລາວ ພສ 2567 ບໍລິສັດຫຼັກຊັບ 03 ບໍລິສັດໄດ້ພາກັນຈັດພາເຂົ້າສາມະຄີກັນທີ່ສວນນໍ້າຮຸ່ງເຮືອງ, ບ້ານ ດົງນາໂຊກໃຕ້ ນະຄອນຫຼວງວຽງຈັນ

ພີທີມອບຂອງຂັວນອວຍພອນປີໃໝ່ສາກົນ 2024 ທີ່ຜ່ານມາ

ນື່ອງໃນໂກກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ທີ່ຜ່ານມາ ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ໄດ້ເຂົ້າອວຍພອນປີໃໝ່ສາກົນ 2024 ແກ່: ບັນດາການນໍາຂອງຕະຫຼາດທຶນລາວ, ຜູ້ຖືຮຸ້ນ, ສະພາບໍລິຫານ, ບໍລິສັດທີ່ເປັນລູກຄ້າ ຂອງບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ແລະ ຄູ່ຮ່ວມທຸລະກິດ

ເລື່ອນຂຶ້ນເທິງ