ບໍລິສັດຫຼັກຊັບ ແອລ໌ດີບີ ຈໍາກັດຜູ້ດຽວ

ບໍລິສັດຫຼັກຊັບ ແອລ໌ດີບີ ຈໍາກັດຜູ້ດຽວ ເປັນບໍລິສັດຖືຮຸ້ນໂດຍ ທະນາຄານພັດທະລາວ (LDB) ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການເມື່ອວັນທີ່ 01 ທັນວາ 2010 ດ້ວຍທຶນຈົດທະບຽນໃນເບື້ອງຕົ້ນ 100 ຕື້ກີບ (ປະມານ 12,5 ລ້ານໂດລາສະຫະລັດ) ເພື່ອຕອບສະໜອງການໃຫ້ບໍລິການເຕັມຮູບແບບແກ່ບັນດານັກລົງທຶນທັງພາຍໃນ ແລະ ຕ່າງປະເທດທີ່ມາລົງທຶນຢູ່ໃນ ຕະຫຼາດຫຼັກຊັບລາວ.

ບໍລິສັດຫຼັກຊັບ ແອລ໌ດີບີ ຈໍາກັດຜູ້ດຽວ ເປັນບໍລິສັດຫຼັກຊັບແຫ່ງທຳອິດທີ່ເປີດດຳເນີນງານໃນປະເທດລາວ ຊື່ເກົ່າແມ່ນ " ບໍລິສັດຫຼັກຊັບ ລ້ານຊ້າງມະຫາຊົນ" ຈາກນັ້ນ ໄດ້ປ່ຽນຊື່ມາເປັນ ບໍລິສັດຫຼັກຊັບ ແອລ໌ດີບີ ຈໍາກັດຜູ້ດຽວ ໃນວັນທີ 22 ກຸມພາ 2024. ບໍລິສັດ ພວກເຮົາໃຫ້ບໍລິການ 3 ປະເພດຫຼັກຄື:
1. ການເປັນ ນາຍໜ້າຊື້-ຂາຍຫຼັກຊັບ
2. ການເປັນທີ່ປຶກສາທາງດ້ານການເງິນ
3. ການຄໍ້າປະກັນການຈັດຈໍາໜ່າຍຫຼັກຊັບ.

ວິໄສທັດ
ສ້າງມູນຄ່າເພີ່ມໃຫ້ແກ່ລູກຄ້າ

ພາລະກິດ
+ ນໍາເອົາຜະລິດຕະພັນທາງການເງິນ ແລະ ຄຸນນະພາບການບໍລິການທີ່ດີທີ່ສຸດແກ່ລູກຄ້າ.
+ ສ້າງກຳໄລສູງສຸດໃຫ້ແກ່ຜູ້ຖືຮຸ້ນ ແລະ ລູກຄ້າຂອງພວກເຮົາ.
+ ພັດທະນາຕະຫຼາດທຶນຂອງລາວຢ່າງຕໍ່ເນື່ອງເພື່ອແນ່ໃສ່ປັບປຸຸງສາຍພົວພັນທາງທຸລະກິດ ກັບ ຕ່າງປະເທດ.
ເລື່ອນຂຶ້ນເທິງ