Add Your Heading Text Here
Add Your Heading Text Here
ແຈ້ງຂ່າວດີສໍາລັບຜູ້ລົງທຶນ
ສະບາຍດີທຸກທ່ານ: ບໍລິສັດຫຼັກຊັບ ທະນາຄານຮ່ວມພັດທະນາ ມະຫາຊົນ ຈະຈ່າຍເງິນປັນຜົນ ປະຈຳປີ 2024 ໃຫ້ແກ່ລູກຄ້າເປັນຈໍານວນເງິນ 880 ກີບ/ຮຸ້ນ ໃນວັນທີ 25 ທັນວາ 2025. ສອບຖາມຂໍ້ມູນເພີ່ມຕື່ມໂທ: 021 224001-3
ແຈ້ງຂ່າວດີສໍາລັບນັກລົງທຶນ
ທະນາຄານການຄ້າຕ່າງປະເທດ ມະຫາຊົນ ຈະອອກຈໍາໜ່າຍຮຸ້ນສາມັນເພີ່ມທຶນ ໃຫ້ແກ່ " ຜູ້ຖືຮຸ້ນເດີມ ແລະ ມວນຊົນທົ່ວໄປ (𝐑𝐎/𝐏𝐎) "- ໄລຍະເວລາໃນການຈອງຊື້ຮຸ້ນ 𝐑𝐎: ວັນທີ 𝟐𝟐-𝟐𝟔 ກັນຍາ 𝟐𝟎𝟐𝟓,
- ໄລຍະເວລາໃນການຈອງຊື້ຮຸ້ນ 𝐏𝐎: ໃນວັນທີ 𝟐𝟗 ກັນຍາ - 𝟎𝟑 ຕຸລາ 𝟐𝟎𝟐𝟓
ທ່ານໃດສົນໃຈ ສາມາດສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ ເບີໂທລະສັບ: 021-224 001-3, ວັອດແອັບ: 020 23 130 087
ແຈ້ງຂ່າວດີສໍາລັບຜູ້ລົງທຶນ
ທະນາຄານຮ່ວມພັດທະນາ ມະຫາຊົນ (JDB) ໄດ້ຂະຫຍາຍ, ໄລຍະເວລາການເປີດຈອງຊື້ຮຸ້ນຈາກເດີມ ຮອດວັນທີ່ 19 ກັນຍາ 2025 ມາເປັນ ຮອດວັນທີ 03 ຕຸລາ 2025
ລູກຄ້າທ່ານໃດສົນໃຈ ສາມາດເບິ່ງໄດ້ຢູ່ໂຄສະນາລຸ່ມນີ້ ຫຼື ຕິດຕໍ່ພວກເຮົາໄດ້ທີ ເບີໂທລະສັບ 021 224001-3
ແຈ້ງການ
ເຖິງລູກຄ້າທຸກໆທ່ານ:
ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ ຂໍຖືເປັນກຽດຮຽນເຊີນຜູ້ຖືຮຸ້ນທຸກໆທ່ານເຂົ້າຮ່ວມກອງປະຊຸມສາມັນຜູ້ຖືຮຸ້ນໃນວັນທີ່ 05 ກັນຍາ 2025; ເວລາ 9:00 ໂມງ ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 08, ອາຄານຕະຫຼາດຫຼັກຊັບລາວ.
ແຈ້ງການ
ສະບາຍດີ ບໍລິສັດຫຼັກຊັບ ແອລ໌ດີບີ ຈໍາກັດຜູ້ດຽວ ຂໍຖືເປັນກຽດແຈ້ງມາຍັງບັນດາບຸກຄົນ, ນິຕິບຸກຄົນ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງຊາບວ່າ: ນັບຕັ້ງແຕ່ ວັນທີ 24 ກໍລະກົດ 2025 ເປັນຕົ້ນໄປ ບໍລິສັດຈະໄດ້ນໍາໃຊ້ໂລໂກ້ຢ່າງເປັນທາງການ
ແຈ້ງການ
ສະບາຍດີທຸກທ່ານ: ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ ຈະຈ່າຍເງິນປັນຜົນ ປະຈຳປີ 2024 ໃຫ້ແກ່ລູກຄ້າເປັນຈໍານວນເງິນ 5 ກີບ/ຮຸ້ນ ໃນວັນທີ 12 ກັນຍາ 2025. ສອບຖາມຂໍ້ມູນເພີ່ມຕື່ມໂທ: 021 224001-3
ແຈ້ງການ
ບໍລິສັດຫຼັກຊັບ ແອລ໌ດີບີ ຈໍາກັດຜູ້ດຽວຂໍແຈ້ງມາຍັງລູກຄ້າທຸກທ່ານຊາບວ່າ: ວັນຈັນທີ່ 21 ກໍລະກົດ 2025 ຈະໄດ້ປິດໃຫ້ບໍລິການ ເນື່ອງໃນວັນດັ່ງກ່າວເປັນວັນພັກຊົດເຊີຍ ວັນສ້າງຕັ້ງ ສະຫະພັນແມ່ຍິງລາວຄົບຮອບ 70 ປີ ແລະ ຈະເປີດໃຫ້ບໍລິການໃນວັນ
ອັງຄານທີ່ 22 ກໍລະກົດ 2025
ແຈ້ງການ
ບໍລິສັດຫຼັກຊັບ ແອລ໌ດີບີ ຈໍາກັດຜູ້ດຽວ ຂໍແຈ້ງມາຍັງບັນດາທ່ານເຂົ້າມາອັບເດດຂໍ້ມູນຕ່າງໆຂອງທ່ານ ທີ່ໄດ້ມີການປ່ຽນແປງ ຫຼື ໝົດກຳນົດການນຳໃຊ້ແລ້ວ ເຊັ່ນ: ຊື່ ແລະ ນາມສະກຸນ, ບັດປະຈຳຕົວ ຫຼື ໜັງສືຜ່ານແດນ, ທີ່ຢູ່, ເບີໂທລະສັບ, ອີເມວ, ບັນຊີທະນາຄານ ແລະ ອື່ນໆ ຖ້າບໍ່ດັ່ງນັ້ນ ທ່ານຈະບໍ່ສາມາດດໍາເນີນທຸລະກໍາຕ່າງໆຢູ່ນໍາ ບໍລິສັດຫຼັກຊັບພວກເຮົາໄດ້.
ສອບຖາມຂໍ້ມູນເພີ່ມຕື່ມ: 021 224001-3
ແຈ້ງການ
ບໍລິສັດຫຼັກຊັບ ແອລ໌ດີບີ ຈຳກັດຜູ້ດຽວ ຂໍແຈ້ງໃຫ້ທ່ານຊາບວ່າ: ວັນທີ 25 ເມສາ 2025 ເປັນມື້ຊື້ ຂາຍຮຸ້ນ LCS ຄັ້ງທຳອິດ (First trading day) ຜ່ານຕະຫຼາດຫຼັກຊັບລາວ, ເຊິ່ງບໍລິສັດດັ່ງກ່າວໄດ້ຈຳໜ່າຍຮຸ້ນ IPO ໃນຊ່ວງຕົ້ນເດືອນເມສາທີ່ຜ່ານມາ. ຜູ້ລົງທຶນສາມາດຊື້ ຂາຍຮຸ້ນໄດ້ ໂດຍຜ່ານໂປຣແກຣມ HTS, ຫຼື ໂທຫາ ພວກເຮົາທີ່ເບີ 021 224001.
ແຈ້ງການ
ບໍລິສັດຫຼັກຊັບ ແອລ໌ດີບີ ຈໍາກັດຜູ້ດຽວ ຈະໄດ້ປິດບໍລິການ ໃນວັນທີ 01 ພຶດສະພາ 2025 ເນື່ອງຈາກເປັນວັນພັກປີໃໝ່ລາວ ແລະ ຈະກັບມາເປີດບໍລິການເປັນປົກກະຕິໃນວັນທີ 02 ພຶດສະພາ 2025.
ແຈ້ງການ
ບໍລິສັດຫຼັກຊັບ ແອລ໌ດີບີ ຈໍາກັດຜູ້ດຽວ ຈະໄດ້ປິດບໍລິການ ໃນວັນທີ 14, 15, 16 ເມສາ 2025 ເນື່ອງຈາກເປັນວັນພັກປີໃໝ່ລາວ ແລະ ຈະກັບມາເປີດບໍລິການເປັນປົກກະຕິໃນວັນທີ 17 ເມສາ 2025.
ແຈ້ງການ
ບໍລິສັດ ລາວອາຊ່ຽນເຊົ່າສິນເຊື່ອ ທະຫາຊົນ(LALCO)ເຊີນເຂົ້າຮ່ວມກອງປະຊຸມຜູ້ຖືຮຸ້ນ ປະຈຳປີ 2024 ທ່ານສາມາດອ່ານລາຍລະອຽດເພີ່ມຕື່ມໄດ້ທີ່ລິ້ງນີ້ເລີຍ:
ແຈ້ງການ
ຕະຫຼາດຫຼັກຊັບລາວ ໄດ້ດຳເນີນການໂຈະການຊື້ ຂາຍຮຸ້ນ EDL-GEN ວັນທີ 31/03/2025 ແລະ ວັນທີ 01/04/2025 ເນື່ອງຈາກວ່າໄດ້ເປີດເຜີຍຂໍ້ມູນແບບກົງກັນຂ້າມ ແລະ ຈະກັບມາເປີດຊື້ ຂາຍຮຸ້ນຄືນ ໃນວັນທີ 02/04/2025
ແຈ້ງການ
http://lsxdisclosure.com.la/index.php?r=site/ViewInfoApprovedByID&id=2144
ແຈ້ງການ
ແຈ້ງການ
ແຈ້ງການ
ແຈ້ງການ
ແຈ້ງການ
ເຖິງ: ບັນດາລູກຄ້າທີ່ນັບຖື ແລະ ຮັກແພງ
ບໍລິສັດຫຼັກຊັບ ແອລ໌ດີບີ ຈຳກັດຜູ້ດຽວ ຂໍແຈ້ງມາຍັງທ່ານຊາບວ່າ: " ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ຈະໄດ້ດຳເນີນການປ່ຽນແປງມູນຄ່າກຳນົດ ຫຼື ແຕກຮຸ້ນ (Stock Split) " ເຊິ່ງຕະຫຼາດຫຼັກຊັບລາວ ຈະດຳເນີນການໂຈະການຊື້ຂາຍຮຸ້ນ BCEL ຊົ່ວຄາວ ໃນລະຫວ່າງວັນທີ 11-17 ກຸມພາ 2025ເພື່ອດຳເນີນການແຕກຮຸ້ນ ແລະ ຈະກັບມາຊື້ຂາຍຮຸ້ນປົກກະຕິ ໃນວັນທີ 18 ກຸມພາ 2025 ເປັນຕົ້ນໄປທ່ານສາມາດອ່ານຂໍ້ມູນລາຍລະອຽດເພີ່ມຕື່ມຢູ່ກ້ອງຄອມເມັ້ນ
ສອບຖາມຂໍ້ມູນເພີ່ມຕື່ມ: 021 224001-3
ເຖິງ: ບັນດາລູກຄ້າທີ່ນັບຖື ແລະ ຮັກແພງ
ບໍລິສັດຫຼັກຊັບ ແອລ໌ດີບີ ຈໍາກັດຜູ້ດຽວ ຈະໄດ້ປິດບໍລິການ ໃນວັນທີ 27, 30, 31/12/2024 ເນື່ອງຈາກເປັນວັນປິດທຸລະກິດ 03 ວັນສຸດທ້າຍຂອງ ຕລຊລ ແລະ ວັນທີ 01/01/2025 ເປັນວັນພັກປີໃໝ່ສາກົນ.ຈະກັບມາເປີດບໍລິການປົກກະຕິ ວັນທີ 02 ມັງກອນ 2025 ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່: 021 224001-3, 020 5488 6648, 020 5549 1414
ເຖິງ: ບັນດາລູກຄ້າທີ່ນັບຖື ແລະ ຮັກແພງ
ບໍລິສັດຫຼັກຊັບ ແອລ໌ດີບີ ຈໍາກັດຜູ້ດຽວ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ບໍລິສັດ ຈະປິດບໍລິການໃນ ວັນຈັນ, 02 ທັນວາ 2024, ເຊິງເປັນວັນພັກວັນສະຖາປະນາ ສປປ ລາວ ແລະ ຈະເປີດໃຫ້ບໍລິການປົກກະຕິໃນວັນ ອັງຄານ 03 ທັນວາ 2024.
ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່: 021 224001-3, 020 5488 6648, 020 5549 1414
ບໍລິສັດລາວອາຊຽນ LALCO ປະຈຳປີ 2022 ຈ່າຍເງິນປັນຜົນປະຈຳປີ 2022
ສະບາຍດີທຸກທ່ານ, ບໍລິສັດຫຼັກຊັບພວກເຮົາໄດ້ໂອນເງິນປັນຜົນຮຸ້ນ ບໍລິສັດລາວອາຊຽນ LALCO ປະຈຳປີ 2022 ເຂົ້າບັນຊີທະນາຄານຂອງຜູ້ຖືຮຸ້ນ ສຳເລັດຮຽບຮ້ອຍແລ້ວ ໃນວັນທີ 29 ພະຈິກ 2024. ສອບຖາມຂໍ້ມູນເພີ່ມຕື່ມໂທ: 021 224001-3
ບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ(PCD) ຈ່າຍເງິນປັນຜົນປະຈຳປີ 2023
ສະບາຍດີທຸກທ່ານ, ບໍລິສັດຫຼັກຊັບພວກເຮົາໄດ້ໂອນເງິນປັນຜົນຮຸ້ນ PCD ປະຈຳປີ 2023 ເຂົ້າບັນຊີທະນາຄານຂອງຜູ້ຖືຮຸ້ນ ສຳເລັດຮຽບຮ້ອຍແລ້ວ ໃນວັນທີ 20 ພະຈິກ 2024. ສອບຖາມຂໍ້ມູນເພີ່ມຕື່ມໂທ: 021 224001-3
ເຖິງ: ບັນດາລູກຄ້າທີ່ນັບຖື ແລະ ຮັກແພງ
ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ (20 ກໍລະກົດ 1955 - 20 ກໍລະກົດ 2024), ບໍລິສັດຫຼັກຊັບ ແອລ໌ດີບີ ຈໍາກັດຜູ້ດຽວ ຈະປິດໃຫ້ບໍລິການໃນ ວັນຈັນ, 22 ກໍລະກົດ 2024, ເຊິ່ງເປັນວັນພັກຊົດເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ແລະ ຈະເປີດໃຫ້ບໍລິການປົກກະຕິໃນ ວັນອັງຄານ, 23 ກໍລະກົດ 2024.
ເຖີງ: ບັນດາລູກຄ້າທີ່ນັບຖື ແລະ ຮັກແພງ
ບໍລິສັດຫຼັກຊັບ ແອລ໌ດີບີ ຈໍາກັດຜູ້ດຽວ ຈະປິດບໍລິການໃນ ວັນທີ 01 ພຶດສະພາ 2024 , ເນື່ອງໃນໂອກາດວັນກໍາມະກອນສາກົນ ແລະ ຈະເປີດບໍລິການປົກກະຕິ ໃນວັນທີ 02 ພຶດສະພາ 2024.
ແຈ້ງການວັນພັກສົງການປີໃໝ່ລາວ ພສ 2567
ການຫັນຈາກ ບໍລິສັດ ມະຫາຊົນ ເປັນ ບໍລິສັດຈໍາກັດຜູ້ດຽວ ແລະ ນຳໃຊ້ຕາປະທັບໃໝ່.
ປ່ຽນຊື່ຈາກ “ ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ “ ຊື່ພາສາອັງກິດ (Lanexang Securities Public Company) ຊື້ຫຍໍ້ “ LXS ” ມາເປັນ “ ບໍລິສັດຫຼັກຊັບ ແອລ໌ດີບີ ຈໍາກັດຜູ້ດຽວ ” ຊື່ພາສາອັງກິດ ( LDB SECURITIES SOLE CO., LTD) ຊື່ຫຍໍ້ "LDB-S" ແລະ ຈະເລີ່ມນຳໃຊ້ຊື່ ແລະ ຕາປະທັບໃໝ່ໃນວັນທີ 18 ມີນາ 2024 ເປັນຕົ້ນໄປ.