ບໍລິສັດຫຼັກຊັບ ແອລ໌ດີບີ ຈໍາກັດຜູ້ດຽວ

ເພີ່ມຂໍ້ຄວາມຫົວຂໍ້ຂອງເຈົ້າຢູ່ທີ່ນີ້

ໃນຕອນເຊົ້າ, ວັນທີ 21 ກໍລະກົດ 2026 ທີ່ຕະຫຼາດຫຼັກຊັບລາວ, ໄດ້ຈັດພິທີເຊັນບົດບັນທຶກການຮ່ວມມື (MOU) 3 ຝ່າຍ ລະຫວ່າງ ຄະນະປະຕິຮູບລັດວິສາຫະກິດ ຕາງໜ້າໂດຍ ຫ້ອງການຄະນະປະຕິຮູບລັດວິສາຫະກິດ (ຫ້ອງການ ຄປລກ) ຮ່ວມກັບ ສໍານັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ແລະ ກຸ່ມບໍລິສັດຫຼັກຊັບ ຄື: ບໍລິສັດຫຼັກຊັບ ແອລດີບີ ຈຳກັດຜູ້ດຽວ (LDB-S), ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ (BCEL-KT), ບໍລິສັດຫຼັກ ຊັບ ລາວ-ຈີນ ມະຫາຊົນ (LCS) ແລະ ບໍລິສັດຫຼັກຊັບ ເອພີເອັມ ລາວ ຈຳກັດ (APMLAO). ພິທີດັ່ງກ່າວ ໄດ້ຮັບ ກຽດເຂົ້າຮ່ວມ ແລະ ຂຶ້ນເປັນສັກຂີພະຍານໂດຍ ທ່ານ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ຄະນະປະຕິຮູບລັດວິສາຫະກິດແຕ່ລະກະຊວງ, ຜູ້ອໍານວຍການໃຫຍ່ ຕະຫຼາດຫຼັກຊັບລາວ, ພ້ອມດ້ວຍບັນດາທ່ານຄະນະກົມ ຈາກທະນາຄານແຫ່ງ ສປປ ລາວ.

ການເຊັນ MOU ໃນຄັ້ງນີ້ ແມ່ນການຍົກລະດັບ ແລະ ສືບຕໍ່ຂອບເຂດການຮ່ວມມື ຈາກບົດບັນທຶກການຮ່ວມ ມືສອງຝ່າຍ (MOU) ສະບັບລົງວັນທີ 29 ພຶດສະພາ 2025 ເຊິ່ງການຮ່ວມມືໃນຮອບໃໝ່ນີ້ ໄດ້ຂະຫຍາຍມາເປັນການ ຮ່ວມມືສາມຝ່າຍ ຢ່າງເຕັມຮູບແບບ ເພື່ອໃຫ້ສອດຄ່ອງກັບການມອບ-ໂອນວຽກງານຄຸ້ມຄອງວິສາຫະກິດລັດລົງທຶນ ມາ ຂຶ້ນກັບ ຫ້ອງການ ຄປລກ ໂດຍກົງຕາມແຜນປະຕິຮູບຂອງລັດຖະບານ ໂດຍມີ ສຄຄຊ ເຂົ້າມາເປັນຝ່າຍທີສາມໃນ MOU ສະບັບໃໝ່ນີ້ ຖືເປັນ ກົນລະຍຸດສໍາຄັນໃນການເຊື່ອມຕໍ່ລະຫວ່າງ ພາກສ່ວນກໍານົດນະໂຍບາຍປະຕິຮູບ (ຄະນະປະຕິຮູບລັດວິສາຫະກິດ ຕາງໜ້າໂດຍ ຫ້ອງການ ຄປລກ), ພາກສ່ວນຄຸ້ມຄອງກົດລະບຽບຕະຫຼາດທຶນ (ສຄຄຊ) ແລະ ພາກສ່ວນປະຕິບັດງານຕົວຈິງ (ກຸ່ມບໍລິສັດຫຼັກຊັບ).

MOU ໃນຄັ້ງນີ້ ມີຈຸດປະສົງເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາວິສາຫະກິດລັດລົງທຶນ “ລັດວິສາຫະກິດ” ໃນວຽກງານການປະເມີນມູນຄ່າຮຸ້ນ ໃຫ້ກັບບັນດາລັດວິສາຫະກິດ ທີ່ມີຈຸດປະສົງໃນການປັບປຸງໂຄງສ້າງ ຫຼື ຊອກຫາຄູ່ຮ່ວມຍຸດທະສາດ ລວມທັງວຽກງານການຈັດບູລິມະສິດໃຫ້ແກ່ບັນດາລັດວິສາຫະກິດທີ່ມີເງື່ອນໄຂ ແລະ ຄວາມພ້ອມ, ປັບປຸງ ແລະ ຊຸກຍູ້ສົ່ງເສີມໃຫ້ແກ່ບັນດາລັດວິສາຫະກິດທີ່ຄຸ້ມຄອງໂດຍ ຫ້ອງການ ຄປລກ ເພື່ອໃຫ້ ສາມາດເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ.

ທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ ແມ່ນຈະສືບຕໍ່ວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະທີ່ຜ່ານມາ ໂດຍ ອີງຕາມເນື້ອໃນທີ່ລະບຸໃນຂອບເຂດການຮ່ວມມືກັນໃນບົດບັນທຶກ MOU ເປັນຕົ້ນແມ່ນ: ເປັນທີ່ປຶກສາດ້ານການເງິນ ໃຫ້ແກ່ລັດວິສາຫະກິດ ເພື່ອກຽມພ້ອມໃນການເຂົ້າຈົດທະບຽນ ໃນຕະຫຼາດຫຼັກຊັບລາວ, ການປະເມີນມູນຄ່າຮຸ້ນ ແລະຖານະການເງິນ ເພື່ອໃຊ້ເປັນບ່ອນອີງພື້ນຖານໃນການປັບປຸງໂຄງສ້າງລັດວິສາຫະກິດ ລວມທັງ ສ້າງຄວາມເຂັ້ມແຂງໃຫ້ ແກ່ຄະນະປະຕິຮູບລັດວິສາຫະກິດ ແລະ ຫ້ອງການ ຄປລກ ໂດຍຜ່ານການຝຶກອົບຮົມແບບເຈາະລຶກ ເພື່ອເປັນການສືບຕໍ່ ແລະ ຍົກລະດັບການຮ່ວມມືໃຫ້ມີຄວາມເລິກເຊິ່ງກວ່າເກົ່າ, ທັງສາມຝ່າຍຈຶ່ງໄດ້ຕົກລົງເຫັນດີຮ່ວມກັນ ສ້າງຂອບການ ຮ່ວມມືສາມຝ່າຍນີ້ຂຶ້ນ ເຊິ່ງມີກຳນົດໄລຍະເວລາການຮ່ວມມື 3 ປີ (2026-2029). ຄາດໝາຍຂອງຜົນທີ່ໄດ້ຮັບໃນການຮ່ວມມື ເພື່ອຮັບປະກັນໃຫ້ລັດວິສາຫະກິດ ມີຄວາມເຂັ້ມແຂງ, ຍົກລະດັບ ການບໍລິຫານຈັດການໃຫ້ມີປະສິດທິພາບ, ມີຄວາມໂປ່ງໃສ, ມີຄວາມເປັນມືອາຊີບ ແລະ ຍົກສູງຂີດຄວາມສາມາດໃນ ການແຂ່ງຂັນ. ເປົ້າໝາຍສູງສຸດຄືການກະກຽມຄວາມພ້ອມໃຫ້ແກ່ບັນດາລັດວິສາຫະກິດ ໃຫ້ສາມາດເຂົ້າເຖິງແຫຼ່ງທຶນ ແລະ ພັດທະນາຕົນເອງໃຫ້ກາຍເປັນອົງກອນທີ່ເຂັ້ມແຂງ, ພ້ອມທີ່ຈະເປັນກຳລັງແຮງຫຼັກໃນການຂັບເຄື່ອນເສດຖະກິດ ຂອງຊາດ.

ການລົງພົບປະຢ້ຽມຢາມ ແລະ ປຶກສາຫາລືວຽກງານຢູ່ທີ່ສໍານັກງານຂອງ ບໍລິສັດ ສຸພຣີມ ສະມາຕິ

ໃນຕອນບ່າຍ ຂອງວັນທີ 13 ກໍລະກົດ 2026, ທ່ານ ປະທານສະພາບໍລິຫານ, ຜູ້ອຳນວຍການ, ຄະນະທີມງານຈາກ ບໍລິສັດ LDB-S ລົງພົບປະຢ້ຽມຢາມ ແລະ ປຶກສາຫາລືວຽກງານ ຢູ່ທີ່ ສໍານັກງານຂອງ ບໍລິສັດ ສຸພຣີມ ສະມາຕິ ບໍລິຫານກອງທຶນເພື່ອການລົງທຶນ ຈຳກັດ (SS FUND) ໂດຍການຕ້ອນຮັບຢ່າງອົບອຸ່ນຈາກຄະນະຜູ້ບໍລິຫານ ຂອງ SS FUND. ພ້ອມດຽວກັນນັ້ນ, ທ່ານ ຜູ້ອໍານວຍການໃຫຍ່ ຕະຫຼາດຫຼັກຊັບລາວ (ຕລຊລ) ກໍ່ໃຫ້ກຽດເຂົ້າຮ່ວມຮັບຟັງ ແລະ ແລກປ່ຽນຄຳຄິດເຫັນ.
ການລົງພົບປະໃນຄັ້ງນີ້ ມີຈຸດປະສົງເພື່ອແລກປ່ຽນຂໍ້ມູນ, ວິໄສທັດ ແລະ ປຶກສາຫາລືກ່ຽວກັບແນວທາງການຮ່ວມມືກັນໃນອະນາຄົດລະຫວ່າງ ບໍລິສັດ LDB-S ແລະ ບໍລິສັດບໍລິຫານກອງທຶນ SS FUND ເພື່ອເພີ່ມໂອກາດ ແລະ ອຳນວຍຄວາມສະດວກໃຫ້ແກ່ຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າເຖິງຜະລິດຕະພັນໃນຕະຫຼາດທຶນລາວ ຢ່າງມີປະສິດທິພາບ ຊຶ່ງຖືເປັນບາດກ້າວເລີ່ມຕົ້ນທີ່ດີໃນການສ້າງພັນທະມິດທາງທຸລະກິດ ທີ່ຈະຊ່ວຍຂັບເຄື່ອນ, ພັດທະນາ ແລະ ເປີດກວ້າງໂອກາດຂອງຕະຫຼາດທຶນລາວ ໃຫ້ເຕີບໂຕ ແລະ ຍືນຍົງໃນອະນາຄົດ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU)

ລະຫວ່າງ
ວິສາຫະກິດສ່ວນບຸກຄົນ ຊັບຈະເລີນຟາມ ແລະ ບໍລິສັດຫຼັກຊັບ ແອລ໌ດີບີ ຈຳກັດຜູ້ດຽວ ຄັ້ງວັນທີ 26 ມິຖຸນາ 2026 ໂດຍມີຈຸດປະສົງເພື່ອສຶກສາຂໍ້ມູນຂອງ ວິສາຫະກິດ ຊັບຈະເລີນຟາມ ໃນການໃຫ້ຄຳປຶກສາທາງດ້ານການເງິນ ເພື່ອກະກຽມລະດົມທຶນຜ່ານຊ່ອງທາງຕະຫຼາດທຶນລາວ

ການລົງພົບປະແລກປ່ຽນບົດຮຽນທີ່ຕະຫຼາດຫຼັກຊັບແຫ່ງປະເທດໄທ

ການພົບປະແລກປ່ຽນບົດຮຽນ ລະຫວ່າງ ຕະຫຼາດຫຼັກຊັບລາວພ້ອມດ້ວຍກຸ່ມບໍລິສັດຫຼັກຊັບລາວ ກັບ ຕະຫຼາດຫຼັກຊັບແຫ່ງປະເທດໄທ ແລະ ສະມາຄົນຕະຫຼາດຕາສານໜີ້ໄທ ວັນທີ 02 ເມສາ 2026

ພິທີລົງນາມເຊັນສັນຍາ

ພິທີລົງນາມເຊັນສັນຍາ ວ່າດ້ວຍການໃຫ້ບໍລິການທີ່ປຶກສາດ້ານການເງິນ (FA) ໃຫ້ແກ່ ບໍລິສັດ ທີວາຍເອສເຄ ໂຮລດິ້ງ ຈໍາກັດ ເພື່ອກະກຽມຄວາມພ້ອມໃນການອອກຈໍາໜ່າຍຮຸ້ນໃຫ້ແກ່ມວນຊົນຄັ້ງທໍາອິດ (IPO) ລະຫວ່າງ ບໍລິສັດຫຼັກຊັບ ແອລ໌ດີບີ ຈໍາກັດຜູ້ດຽວ (LDB-S) ແລະ ບໍລິສັດ ທີວາຍເອສເຄ ໂຮລດິ້ງ ຈໍາກັດ (TYSK)ຄັ້ງວັນທີທີ 05 ກຸມພາ 2026

💎👏 ພິທີມອບ-ຮັບລາງວັນ 👏💎

ຂອງບໍລິສັດຈົດທະບຽນໃນ ຕລຊລ ແລະ ບໍລິສັດຫຼັກຊັບ ປະຈໍາປີ 2025 (LSX'S Award 2025) ໃນວັນທີ 19 ທັນວາ 2025 ທີ່ ຕະຫຼາດຫຼັກຊັບລາວ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU)

ບໍລິສັດ ທີວາຍເອສເຄ ໂຮລດິ້ງ ຈຳກັດ (TYSK) ຮ່ວມມືກັບ ບໍລິສັດຫຼັກຊັບ ແອລ໌ດີບີ ຈຳກັດຜູ້ດຽວ (LDB-S) ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຂໍ້ມູນຂອງບໍລິສັດ TYSK ໃນການກະກຽມຄວາມພ້ອມອອກຈຳໜ່າຍຮຸ້ນໃຫ້ແກ່ມວນຊົນຄັ້ງທຳອິດ IPO. ໃນຕອນເຊົ້າ, ວັນທີ 30 ກັນຍາ 2025 ທີ່ ທະນາຄານ ພັດທະນາລາວ ສາຂາພາກນະຄອນຫຼວງ, ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ບໍລິສັດ ທີວາຍເອສເຄ ໂຮລດິ້ງ ຈຳກັດ (TYSK) ແລະ ບໍລິສັດຫຼັກຊັບ ແອລ໌ດີບີ ຈຳກັດຜູ້ດຽວ (LDB-S) ໂດຍການລົງນາມຂອງ ທ່ານ ນາງ ກຸຫຼາບ ແສງພະຈັນ, ຜູ້ບໍລິຫານ ບໍລິສັດ TYSK ແລະ ທ່ານ ນາງ ວິໄລທອງ ທຳມະວົງສາ ຜູ້ອໍານວຍການ ບໍລິສັດຫຼັກຊັບ LDB. ພ້ອມນີ້, ກໍ່ຍັງມີ ທ່ານ ວຽງຄຳ ວັນສີລາລົມ ປະທານສະພາບໍລິຫານ ບໍລິສັດຫຼັກຊັບ LDB ພ້ອມດ້ວຍຄະນະຜູ້ບໍລິຫານ, ຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ, ຈຸດປະສົງຂອງການເຊັນ ໃນຄັ້ງນີ້ ແມ່ນເພື່ອໃຫ້ ບໍລິສັດ LDB-S ເຂົ້າໄປສຶກສາຂໍ້ມູນ ແລະ ໃຫ້ຄຳປຶກສາທາງດ້ານການເງິນ ແກ່ບໍລິສັດ TYSK ຊຶ່ງປະກອບມີບໍລິສັດໃນເຄືອຫຼາຍແຫ່ງເປັນຕົ້ນແມ່ນ ບໍລິສັດ ຮຸ່ງໂຊກ ຈຳກັດ (ແບຣນເຂົ້າໜົມລາວ) ເພື່ອກະກຽມລະດົມທຶນຜ່ານຊ່ອງທາງຕະຫຼາດທຶນລາວ ກໍ່ຄືການອອກຈຳໜ່າຍຮຸ້ນໃຫ້ແກ່ມວນຊົນຄັ້ງທຳອິດ IPO.

ພິທີວາງສີລາຈາລຶກ

ໂຄງການກໍ່ສ້າງ ສໍານັງານໃໝ່ຂອງ ບໍລິສັດຫຼັກຊັບ ແອລ໌ດີບີ ຈໍາກັດຜູ້ດຽວ ສະຖານທີ່ຕັ້ງຢູ່ ບ້ານ ທາດຫຼວງ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ ໃນວັນທີ 09 ກໍລະກົດ 2025

ພິທີເຊັນສັນຍາ
ການໃຫ້ບໍລິການທີ່ປຶກສາດ້ານການເງິນ ແລະ ຕົວແທນການຈັດຈໍາໜ່າຍຮຸ້ນກູ້ສີຂຽວ ລະຫວ່າງ
ບໍລິສັດ ໂລກ້າຈໍາກັດ ແລະ ບໍລິສັດຫຼັກຊັບ ທຄຕລ-ກທ ຈໍາກັດ, ບໍລິສັດຫຼັກຊັບ ແອລ໌ດີບີ ຈໍາກັດຜູ້ດຽວ, ແລະ ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ ຄັ້ງວັນທີ 10 ມິຖຸນາ 2025 ທີ່ໂຮງແຮມ ສຸພັດຕຣາ

ພິທີເຊັນບົດບັນທຶກການຮ່ວມມື
ວັນທີ 29 ພຶດສະພາ 2025 ທີ່ກະຊວງການເງິນ, ໄດ້ຈັດພິທີເຊັນບົດບັນທຶກການຮ່ວມມື (MOU) ລະຫວ່າງ ກະຊວງການເງິນ ຕາງໜ້າໂດຍ ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ (ຄລປ)

ບໍລິສັດຈົດທະບຽນ ທີ່ປະກາດຈ່າຍເງິນປັນຜົນປະຈຳປີ 2024 ມີດັ່ງນີ້: BCEL ຈ່າຍເງິນປັນຜົນ 100 ກີບ / ຮຸ້ນ, EDL-GEN ຈ່າຍເງິນປັນຜົນ 30 ກີບ / ຮຸ້ນ, SVN ຈ່າຍເງິນປັນຜົນ 120 ກີບ / ຮຸ້ນ, LALCO ຈ່າຍເງິນປັນຜົນ 600 ກີບ / ຮຸ້ນ ແລະ ວຽງຈັນເຊັນເຕິ ຈ່າຍເງິນປັນຜົນ 5 ກີບ/ຮຸ້ນ
ສອບຖາມຂໍ້ມູນເພີ່ມຕື່ມໂທ: 021 224001-3 (ໂມງລັດຖະການ) ຫຼື ທ່ານສາມາດອ່ານຂໍ້ມູນລາຍລະອຽດຂອງບໍລິສັດອື່ນໆຕາມລິ້ງຂ້າງລຸ່ມນີ້:

ຈາກ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຂໍແຈ້ງຈ່າຍເງິນປັນຜົນ ປະຈຳປີ 2024

ທ່ານສາມາດອ່ານລາຍລະອຽດເພີ່ມຕື່ມໄດ້ທີ່ລິ້ງນີ້ເລີຍ:

ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໄດ້ປະກາດຈ່າຍເງິນປັນຜົນປະຈໍາປີ 2024 ມູນຄ່າ 100 ກີບ/ຮຸ້ນ. ສອບຖາມຂໍ້ມູນເພີ່ມເຕີມໂທ 021 224001-3

ງານຖະແຫຼງຂ່າວ

ໃນວັນທີ 14 ມີນາ 2025, ທີ່ສຳນັກງານໃຫຍ່ ຕະຫຼາດຫຼັກຊັບລາວ, ໄດ້ຈັດຖະແຫຼ່ງຂ່າວການຈໍາໜ່າຍພັນທະບັດລັດຖະບານ ຊຸດໃໝ່ ປີ 2025 ຜ່ານຕະຫຼາດຫຼັກຊັບລາວ ໂດຍການເປັນປະທານຮ່ວມຂອງ ທ່ານ ວິເລດ ກິນນາວົງ ຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະ ກະຊວງການເງິນ, ທ່ານ ປອ ເທບສະຫວັນ ກິຕິຍະວົງ ຜູ້ອຳນວຍການຕະຫຼາດຫຼັກຊັບ ທຄຕລ-ກທ ຈຳກັດ, ທ່ານ ສຽວສະຫວາດ ທີລະກຸນ ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ. ທ່ານ ນາງ ວິໄລທອງ ທຳມະວົງສາ ຜູ້ອຳນວຍການບໍລິສັດຫຼັກຊັບ LDB-S ແລະ ທ່ານ ລິນ ລີ ຜູ້ອຳນວຍການບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ ແລະມີຜູ່ຕາງໜ້າຈາກ 7 ທະນາຄານ ກ່ຽວຂ້ອງເຂົ້າຮ່ວມ.

ບໍລິສັດ ວຽງຈັນເຊັນເຕີລາວ ຈ່າຍເງິນປັນຜົນປະຈໍາປີ 2023 ມູນຄ່າ 5 ກີບ/ຮຸ້ນ ໃນວັນທີ 28 ພຶດສະພາ 2024. ຖ້າທ່ານຕ້ອງການຂໍ້ມູນເພີ່ມເຕີມ, ໂທ 021 224001-3
ບໍລິສັດ ມະຫາທຸນ ເຊົ່າສິນເຊື່ອ ມະຫາຊົນ ຈ່າຍເງິນປັນຜົນປະຈໍາປີ 2023 ມູນຄ່າ 15 ກີບ/ຮຸ້ນ ໃນວັນທີ 24 ພຶດສະພາ 2024.
ສົນໃຈສອບຖາມຂໍ້ມູນເພີ່ມຕື່ມ ໂທ: 021224001-3
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໄດ້ປະກາດຈ່າຍເງິນປັນຜົນປະຈໍາປີ 2023 ມູນຄ່າ 300 ກີບ/ຮຸ້ນ.
ສອບຖາມຂໍ້ມູນເພີ່ມເຕີມໂທ 021 224001-3
ເລື່ອນຂຶ້ນເທິງ