ການເປັນນາຍໜ້າຊື້-ຂາຍຫຼັກຊັບ ຂໍໍ້ມູນກ່ຽວກັບການເປັນ ນາຍໜ້າຊື້ - ຂາຍຫຼັກຊັບໂດຍລວມ ບໍລິສັດຫຼັກຊັບ ແອລ໌ດີບີ ຈໍາກັດຜູ້ດຽວ ໃຫ້ຄຳໝັ້ນຕໍ່ຫຼັກການທາງທຸລະກິດໄວ້ວ່າ “ໃຫ້ຄວາມສຳຄັນເປັນອັນດັບໜຶ່ງແກ່ລູກຄ້າ ແລະ ປະຕິບັດວຽກງານດ້ວຍ ຄວາມຊື່ສັດ, ເຊື່ອຖືໄດ້ ແລະ ມີຄວາມຮັບຜິດຊອບສູງ” ປະສົບການພວກເຮົາແລະ ຄວາມເອົາໃຈໃສ່ຂອງທີມງານນາຍໜ້າຊື້ ຂາຍຫຼັກຊັບ ທີ່ໃຫ້ບໍລິການຫຼັກຊັບແບບເຕັມຮູບແບບແກ່ລູກຄ້າທັງພາຍໃນ ແລະ ຕ່າງປະເທດ ດ້ວຍການສະໜອງຂໍ້ມູນທີ່ດີທີ່ສຸດ. ການບໍລິການ ນາຍໜ້າຊື້ ຂາຍຫຼັກຊັບ ຂອງພວກເຮົາລວມມີ:• ການບໍລິການ: ເປີດບັນຊີຊື້ ຂາຍຫຼັກຊັບ, ຄຸ້ມຄອງບັນຊີຂອງລູກຄ້າ, ຊ່ວຍລູກຄ້າໃນການໂອນເງິນ ແລະ ດຳເນີນການຊື້ ຂາຍຫຼັກຊັບທີ່ຖືກຕ້ອງ ແລະ ວ່ອງໄວ ບົນຫຼັກການປິດລັບຂໍ້ມູນການຊື້ ຂາຍຂອງລູກຄ້າ;• ສົ່ງເສີມການລົງທຶນ: ປັບປຸງລະບົບການຊື້ ຂາຍ ແລະ ລະບົບສື່ສານໃຫ້ທັນສະໄໝ, ໂຄສະນາເຜີຍແຜ່ຄວາມຮູ້ກ່ຽວກັບຕະຫຼາດທຶນ, ໃຫ້ຄຳແນນຳ ແລະ ຂໍ້ມູນທີ່ສຳຄັນ ແກ່ຜູ້ລົງທຶນເພື່ອຕັດສິດໃຈໃນການລົງທຶນ. ແນະນໍາຂັ້ນຕອນການຊື້ຂາຍຫຼັກຊັບໂດຍລວມ • ກ່ອນຊື້ຫຼັກຊັບ, ລູກຄ້າຕ້ອງໂອນເງິນຈາກບັນຊີເງິນຝາກຂອງຕົນ ທີ່ເປີດນຳ ທພລ ເຂົ້າໃສ່ບັນຊີບໍລິສັດຫຼັກຊັບ LDB-S, ຈຳນວນເງິນທີ່ໂອນ ຕ້ອງລວມເອົາມູນຄ່າຊື້ຫຼັກຊັບ ແລະຄ່າທຳນຽມໃນການຊື້ດ້ວຍ.• ໃນການສັ່ງຊື້-ຂາຍຫຼັກຊັບ, ລູກຄ້າສາມາດສັ່ງຜ່ານ 4 ຊ່ອງທາງຄື: 1. ສັ່ງຊື້ທີ່ຫ້ອງຄ້າຫລັກຊັບຂອງບໍລິສັດຫລັກຊັບ LDB-S ດ້ວຍການຕື່ມຂໍ້ມູນໃສ່ແບບຟອມ ໃບສັ່ງຊື້ ຊຶ່ງປະກອບດ້ວຍຂໍ້ມູນທີ່ສຳຄັນດັ່ງລຸ່ມນີ້: • ຊື່ ແລະ ນາມສະກຸນລູກຄ້າ • ເບີໂທລະສັບຕິດຕໍ່ • ເລກບັນຊີຫຼັກຊັບ ແລະ ລະຫັດຜ່ານ • ຊື່ຫຼັກຊັບທີ່ຕ້ອງການຊື້-ຂາຍ • ຈຳນວນ ແລະ ລາຄາຫຼັກຊັບ ທີ່ຕ້ອງການຊື້ ຫຼັງຈາກນັ້ນ, ຈຶ່ງຍື່ນແບບຟອມທີ່ຕື່ມຂໍ້ມູນຄົບຖ້ວນດັ່ງກ່າວໃຫ້ພະນັກງານນາຍໜ້າ ຊື້-ຂາຍຫຼັກຊັບຢູ່ໜ້າຄາວເຕີ.2. ສັ່ງຊື້-ຂາຍຜ່ານທາງໂທລະສັບ ເຊິ່ງຈະບັນທຶກສຽງໄວ້ເປັນຫລັກຖານໂດຍການແຈ້ງຈຸດປະສົງຕາມເນື້ອໃນຂອງຂໍ້ 13. ສັ່ງຊື້-ຂາຍທາງອີເມວຂອງທ່ານທີ່ໄດ້ລົງທະບຽນກັບ ກັບພວກເຮົາ ເຂົ້າມາອີເມວຂອງໂບຣກເກີ ໂດຍການແຈ້ງຈຸດປະສົງຕາມເນື້ອໃນຂອງຂໍ້14. ສັ່ງຊື້-ຂາຍດ້ວຍຕົນເອງຜ່ານທາງອິນເຕີເນັດໂດຍໂປຣແກມ Home Trading System (HTS), ລົງທະບຽນກ່ອນຈຶ່ງນຳໃຊ້ໄດ້) >> ການຍົກເລີກຄຳສັ່ງ: • ລູກຄ້າສາມາດຍົກເລີກຄຳສັ່ງຊື້ ຫຼື ຄໍາສັ່ງຂາຍຂອງຕົນຖ້າຄຳສັ່ງດັ່ງກ່າວຍັງບໍ່ທັນຖືກຈັບຄູ່ • ໃນການຍົກເລີກຄໍາສັ່ງຊື້-ຂາຍຮຸ້ນ ລູກຄ້າສາມາດສົ່ງຄຳສັງສັ່ງຜ່ານພະນັກງານທີ່ຫ້ອງຄ້າຫລັກຊັບບໍລິສັດຫລັກຊັບ LDB-S ທີ່ໜ້າຄາວເຕີ, ທາງໂທລະສັບ ແລະ ທາງອີເມວ ຫລື ດ້ວຍການນຳໃຊ້ລະບົບ HTS>> ຄ່າທຳນຽມໃນການຊື້-ຂາຍຮຸ້ນແບບປົກກະຕິ: • ຄ່າທຳນຽມຊື້: 0.34% • ຄ່າທຳນຽມຂາຍ: 0.34% • ຫົວໜ່ວຍການຊື້-ຂາຍຮຸ້ນ: 100 ຮຸ້ນ >> ຄ່າທຳນຽມໃນການຊື້-ຂາຍຮຸ້ນ ຜ່ານ HTS: • ຄ່າທຳນຽມຊື້: 0.306% • ຄ່າທຳນຽມຂາຍ: 0.306% • ຫົວໜ່ວຍການຊື້-ຂາຍຮຸ້ນ: 100 ຮຸ້ນ