ທີ່ປືກສາທາງດ້ານການເງິນ ພາລະກິດຂອງພວກເຮົາຄືການນຳພາຫົວໜ່ວຍທຸລະກິດຂອງລາວໄປສູ່ບາດລ້ຽວໃໝ່ຂອງການພັດທະນາ ແລະ ຊ່ວຍໃຫ້ພວກເຂົາດຳເນີນການໃຫ້ປະສົບຜົນສຳເລັດ ແລະ ມີປະສິດທິພາບໃນການດຳເນີນທຸລະກິດ. ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສະພາບຕະຫຼາດ ແລະ ລູກຄ້ານັ້ນ, ບໍລິສັດຫຼັກຊັບລ້ານຊ້າງມະຫາຊົນເປັນຜູ້ນໍາໜ້າໃນຂະແໜງການເປັນທີ່ປຶກສາທາງການເງິນ.ດ້ວຍພະນັກງານທີ່ເປັນມືອາຊີບ ແລະ ຄວາມຫຼາກ ຫຼາຍໃນການບໍລິການ, ພວກເຮົາຈະຊ່ວຍລູກຄ້າຂອງເຮົາໃນການປັບໃຊ້ຍຸດທະສາດ ແລະ ແຜນການການເງິນເພື່ອໃຫ້ປະສົບຜົນສໍາເລັດໃນອະນາຄົດ>> ການໃຫ້ຄໍາປຶກສາໃນການອອກຫຼັກຊັບ: ພວກເຮົາບໍລິການໃຫ້ຄໍາປຶກສາໃນການປັບປຸງໂຄງສ້າງຂອງອົງກອນແກ່ຫົວໜ່ວຍທຸລະກິດທີ່ປະສົງຈະອອກຫຼັກຊັບຂອງຕົນເອງ ໂດຍອີງຕາມຂໍ້ກໍານົດຂອງສຳນັກງານຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ.>> ການຈົດທະບຽນໃນຕະຫຼາດຫຼັກຊັບ ແລະ ການອອກຮຸ້ນເພີ່ມທຶນ: ພວກເຮົາສາມາດໃຫ້ບໍລິການທັງຕະຫຼາດພາຍໃນ ແລະ ຕ່າງປະເທດ.>> ການເປັນທີ່ປຶກສາທາງການເງິນ: ພວກເຮົາມີການຕີລາຄາຊັບສິນທີ່ເປັນກາງໃຫ້ແກ່ຫົວໜ່ວຍທຸລະກິດ, ອຸດສາຫະກໍາຫຼັກຊັບ, ໂຄງການ ແລະ ກິດຈະກຳການປັບປຸງໂຄງສ້າງອົງກອນອື່ນໆ.>> ການເປັນທີ່ປຶກສາໃນການຄວບ ແລະ ຊື້ກິດຈະການ: ພວກເຮົາສາມາດຈໍາແນກໃຫ້ເຫັນຄູ່ຄວບທຸລະກິດທີ່ມີສັກກະຍະພາບແລ້ວພັດທະນາຍຸດທະສາດ ແລະ ນໍາພາພາກສ່ວນທີ່ກ່ຽວຂ້ອງນັ້ນຜ່ານຂັ້ນຕອນຂອງຂະບວນການຄວບ ແລະ ຊື້ກິດຈະການ.>> ການເປັນທີ່ປຶກສາໃນການເປັນປັບປຸງໂຄງສ້າງຂອງອົງກອນ (ລວມທັງການເປັນປັບປຸງໂຄງສ້າງທາງການເງິນ): ພວກເຮົາຈະໃຫ້ລູກຄ້າຂອງພວກເຮົາມີຄວາມໝັ້ນໃຈທີ່ສຸດ, ຄວາມເປັນມືອາຊີບທີ່ສຸດພ້ອມດ້ວຍແນວຄິດສ້າງສັນ, ແລະ ຍຸດທະສາດການປະຕິບັດຕົວຈິງເພື່ອແກ້ໄຂສິ່ງທ້າທາຍທາງການເງິນ.>> ການໃຫ້ຄໍາປືກສາໃນການບໍລິຫານຄຸ້ມຄອງທີ່ເປັນມາດຕະຖານແກ່ບໍລິສັດຮ່ວມຮຸ້ນ: ໃຫ້ຄໍາປຶກສາທີ່ເປັນມືອາຊີບໃນການບໍລິຫານຄຸ້ມຄອງ, ໃຫ້ຄວາມຊ່ວຍເຫຼຶອແກ່ຄະນະຜູ້ບໍລິຫານ ແລະ ຄະນະກຳມະການກວດສອບພາຍໃນໃນການປະເມີນຜົນການບໍລິຫານຄຸ້ມຄອງທີ່ມີຢູ່ຂອງພວກເຂົາ.>> ການໃຫ້ຄໍາປືກສາໃນການສ້າງແຜນພັດທະນາຍຸດທະສາດ: ໃຫ້ຄວາມຊ່ວຍເຫຼືອໃນການກຳນົດ ແລະ ປະຕິບັດແຜນຍຸດທະສາດການຂະຫຍາຍຕົວທີ່ມີປະສິດທິພາບເພື່ອຮັບປະກັນໃຫ້ພວກເຂົາສາມາດດໍາເນີນທຸລະກິດຕໍ່ໄປໄດ້ໃນອະນາຄົດ.>> ໃຫ້ບໍລິການປະຊາສໍາພັນແກ່ນັກລົງທຶນ: ເຊື່ອມໂຍງການພັວພັນລະຫວ່າງນັກລົງທຶນ ແລະ ບໍລິສັດຕ່າງໆຜ່ານທາງເວັບໄຊ ແລະ ຜ່ານເຄື່ອງມືສື່ສານມວນຊົນອື່ນໆ.